ພະແນກບໍລິຫານ ແລະຈັດຕັ້ງພະນັກງານ

ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດພິທີປະກາດແຕ່ງຕັ້ງ, ຍົກຍ້າຍຮອງຫົວໜ້າພະແນກ ແລະ ປັບປຸງກົງຈັກການຈັດຕັ້ງ ໃນວັນທີ 03 ມັງກອນ 2025 ທີ່ຫ້ອງປະຊຸມຂອງພະແນກ

 



ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດພິທີປະກາດແຕ່ງຕັ້ງ, ຍົກຍ້າຍຮອງຫົວໜ້າພະແນກ ແລະ ປັບປຸງກົງຈັກການຈັດຕັ້ງ ໃນວັນທີ 03 ມັງກອນ 2025 ທີ່ຫ້ອງປະຊຸມຂອງພະແນກ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງແຕ່ງຕັ້ງຂອງ ທ່ານ ທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ, ມີທ່ານ ປອ ຄໍາ ຂັນທະວີວອນ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ທ່ານຕາາງໜ້າ ພະແນກການອ້ອມຂ້າງແຂວງ, ຄະນະຈັດຕັ້ງແຂວງ, ວິທະຍາໄລຄູບ້ານເກິນ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ໂຮງຮຽນ, ຫົວໜ້າ/ຮອງຂະແໜງ, ສູນ ແລະ ຫໍສະໝຸດ ພ້ອມດ້ວຍພະນັກງານທັງໝົດພາຍໃນພະແນກເຂົ້າຮ່ວມ.
ໃນພິທີ, ທ່ານ ບຸນຮຽງ ໄຊຍະແສງ ຮອງຫົວໜ້າພະແນກພາຍໃນແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 2752/ຈຂ.ວຈ, ລົງວັນທີ 25 ພະຈິກ 2024 ວ່າດ້ວຍ ຍຸບສູນສຶກສານິເທດມັດທະຍົມຂອງພະແນກສຶກສາທິການ ແລະ ກິລາແຂວງ ໂຮມເຂົ້າເປັນຂະແໜງພັດທະນາຄູ ແລະ ຍົກຍ້າຍພະນັກງານສູນສຶກສານິເທດມັດທະຍົມບາງຈໍານວນມາປະຈຳການຢູ່ຂະແໜງພັດທະນາຄູ ແລະ ບາງຈໍານວນໄປປະຈໍາການຢູ່ໂຮງຮຽນ.
ຫຼັງຈາກນັ້ນ, ທ່ານ ກອງແພງ ແກ້ວພູທອງ ຮອງຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 2889/ຈຂ.ວຈ, ລົງວັນທີ 23 ທັນວາ 2024 ວ່າດ້ວຍການຍົກຍ້າຍ ທ່ານ ຈັນສົມ ແກ້ວມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄປຮັບໜ້າທີ່ໃໝ່ຢູ່ວິທະຍາໄລຄູບ້ານເກີນ ແລະ ຜ່ານຂໍ້ຕົກລົງ ສະບັບເລກທີ 2887/ຈຂ.ວຈ, ລົງວັນທີ 23 ທັນວາ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ບົວຄ່ອງ ແກ້ວອາສາ ຮອງຜູ້ອໍານວຍການວິທະຍາໄລຄູບ້ານເກິນ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ

Post a Comment

Previous Post Next Post